ການຕິດຕັ້ງ

React ໄດ້ຮັບການອອກແບບຕັ້ງແຕ່ເລີ່ມຕົ້ນເພື່ອການນຳໄປໃຊ້ຢ່າງຄ່ອຍເປັນຄ່ອຍໄປ. ທ່ານສາມາດໃຊ້ React ໜ້ອຍ ຫຼື ຫຼາຍຕາມໃຈຕ້ອງການ. ບໍ່ວ່າທ່ານຈະຕ້ອງການລອງ React, ເພີ່ມການໂຕ້ຕອບໃນໜ້າ HTML, ຫຼື ເລີ່ມແອັບທີ່ຊັບຊ້ອນທີ່ເຮັດດ້ວຍ React, ຫົວຂໍ້ນີ້ຈະຊ່ວຍທ່ານໃນການເລີ່ມຕົ້ນ.

ລອງ React

ທ່ານບໍ່ຈຳເປັນຕ້ອງຕິດຕັ້ງຫຍັງຖ້າຢາກລອງກ່ຽວກັບ React. ມາລອງຫຼິ້ນໃນ sandbox ນີ້ເລີຍ!

function Greeting({ name }) {
  return <h1>Hello, {name}</h1>;
}

export default function App() {
  return <Greeting name="world" />
}

ທ່ານສາມາດແກ້ໄຂໄດ້ໂດຍກົງ ຫຼື ເປີດໃນແຖບໃໝ່ໂດຍການກົດປຸ່ມ “Fork” ທີ່ຢູ່ດ້ານຂວາທາງເທິງ.

ຫຼາຍໜ້າໃນ ເອກະສານ React ມີ sandbox ແບບນີ້. ນອກຈາກໃນເອກະສານ React ແລ້ວ, ຍັງມີອອນໄລ sandbox ອີກຫຼາກຫຼາຍທີ່ສະໜັບສະໜູນ React ຕົວຢ່າງ: CodeSandbox, StackBlitz, ຫຼື CodePen.

ລອງ React ໃນເຄື່ອງ

ຢາກໃຊ້ React ໃນເຄື່ອງຄອມພິວເຕີ້ຂອງທ່ານ, ດາວໂຫຼດໜ້າ HTML ນີ້. ເປີດມັນໃນ editor ແລະ browser ຂອງທ່ານ!

ສ້າງ project React ໃໝ່

ຖ້າທ່ານຕ້ອງການສ້າງແອັບ ຫຼື ເວັບໄຊຢ່າງເຕັມຮູບແບບດ້ວຍ React, ສ້າງ project React ໃໝ່

ເພີ່ມ React ເຂົ້າໃນ project ທີ່ມີຢູ່ແລ້ວ

ຖ້າທ່ານຕ້ອງການໃຊ້ React ໃນແອັບ ຫຼື ເວັບໄຊທີ່ມີຢູ່ແລ້ວ, ເພີ່ມ React ໃນ project ທີ່ມີຢູ່.

ຂັ້ນຕອນຕໍ່ໄປ

ໄປທີ່ຄູ່ມື ເລີ່ມຕົ້ນຢ່າງໄວ ສຳລັບການເບິ່ງແນວຄິດກ່ຽວກັບ React ທີ່ສຳຄັນທີ່ສຸດທີ່ທ່ານຈະໄດ້ພົບໃນແຕ່ລະມື້.