ເພີ່ມ React ໃສ່ Project ທີ່ມີຢູ່ແລ້ວ

ຖ້າທ່ານຕ້ອງການເພີ່ມ interactivity ໃສ່ໃນ project ທີ່ທ່ານມີຢູ່ແລ້ວ, ທ່ານບໍ່ຈຳເປັນຕ້ອງເລີ່ມຂຽນໃໝ່ຈາກ React. ເພີ່ມ React ໃສ່ໃນ stack ປັດຈຸບັນຂອງທ່ານ ແລະ render interactive React component ໃນທຸກບ່ອນ.

Note

ທ່ານຕ້ອງໄດ້ລົງ Node.js ສຳລັບ local development. ເຖິງວ່າທ່ານຈະສາມາດ ລອງ React ອອນໄລ ຫຼື ຂຽນດ້ວຍ HTML page ງ່າຍໆ, JavaScript tooling ທີ່ແທດເໝາະທີ່ສຸດທີ່ທ່ານຕ້ອງການໃຊ້ສຳລັບພັດທະນາຕ້ອງໃຊ້ Node.js.

ການນຳໃຊ້ React ສຳລັບ subroute ທັງໝົດຂອງເວັບໄຊທີ່ທ່ານມີຢູ່ແລ້ວ

ສົມມຸດວ່າທ່ານມີເວັບແອັບທີ່ມີຢູ່ແລ້ວທີ່ example.com ສ້າງໂດຍ server technology ອື່ນ (ເຊັ່ນ Rails), ແລະ ທ່ານຕ້ອງການ implement routes ທັງໝົດທີ່ຂຶ້ນຕົ້ນດ້ວຍ example.com/some-app ຢ່າງເຕັມທີດ້ວຍ React.

ນີ້ແມ່ນວິທີການທີ່ເຮົາແນະນຳໃນການຕັ້ງຄ່າ:

1. ສ້າງສ່ວນ React ຂອງແອັບທ່ານ ໂດຍໃຊ້ໜຶ່ງໃນ React-based frameworks.
2. ກຳນົດ /some-app ເປັນ base path ໃນການຕັ້ງຄ່າ framework ຂອງທ່ານ (ນີ້ແມ່ນວິທີການ: Next.js, Gatsby).
3. ຕັ້ງຄ່າ server ຂອງທ່ານ ຫຼື proxy ເພື່ອໃຫ້ request ທັງໝົດພາຍໃຕ້ /some-app/ ນັ້ນ handle ໂດຍ React app ຂອງທ່ານ.

ນີ້ເຮັດໃຫ້ໝັ້ນໃຈໄດ້ວ່າສ່ວນຂອງ React ຂອງແອັບທ່ານ ຮັບຜົນປະໂຫຍດຈາກ best practices ທີ່ສຸດ ທີ່ຢູ່ໃນ framework ເຫຼົ່ານັ້ນ.

Framework ທີ່ໃຊ້ React ຈຳນວນຫຼາຍເປັນ full-stack ແລະ ເຮັດໃຫ້ React app ຂອງທ່ານໃຊ້ປະໂຫຍດຈາກ server. ເຖິງຢ່າງໃດກໍຕາມ, ທ່ານສາມາດໃຊ້ວິທີການດຽວກັນໄດ້ບໍ່ວ່າທ່ານຈະບໍ່ສາມາດ ຫຼື ບໍ່ຕ້ອງການທີ່ຈະແລ່ນ JavaScript ເທິງ server. ໃນກໍລະນີນີ້, serve HTML/CSS/JS export(next export output ສຳລັບ Next.js, ຄ່າເລີ່ມຕົ້ນສຳລັບ Gatsby) ທີ່ /some-app ແທນ.

ການໃຊ້ React ສຳລັບສ່ວນໜຶ່ງຂອງໜ້າທີ່ມີຢູ່ແລ້ວ

ສົມມຸດວ່າທ່ານມີ page ທີ່ສ້າງໂດຍເຕັກໂນໂລຊີອື່ນຢູ່ແລ້ວ (ບໍ່ວ່າຈະເປັນ server ເຊັ່ນ Rails, ຫຼື client ຢ່າງ Backbone), ແລະ ທ່ານຕ້ອງການ render interactive React components ບ່ອນໃດໜຶ່ງຂອງ page. ມັນເປັນວິທີທົ່ວໄປໃນການ integrate React—ໃນຄວາມເປັນຈິງ, ມັນເປັນວິທີທີ່ React ຖືກໃຊ້ຢູ່ Meta ມາຫຼາຍປີແລ້ວ!

ທ່ານສາມາດເຮັດໃນ 2 ຂັ້ນຕອນ:

1. ຕັ້ງຄ່າ JavaScript environment ທີ່ເຮັດໃຫ້ທ່ານສາມາດໃຊ້ JSX syntax, ແຍະ code ຂອງທ່ານເປັນ module ດ້ວຍ import / export syntax, ແລະ ໃຊ້ packages (ຍົກຕົວຢ່າງ, React) ຈາກ npm package registry.
2. Render React components ຂອງທ່ານ ບ່ອນທີ່ທ່ານຕ້ອງການເຫັນມັນເທິງ page.

ວິທີການທີ່ແນ່ນອນແມ່ນຂຶ້ນກັບການຕັ້ງຄ່າຂອງ page ທີ່ທ່ານມີຢູ່ແລ້ວ, ສະນັ້ນເຮົາມາເບິ່ງລາຍລະອຽດກັນ.

ຂັ້ນຕອນທີ 1: ຕັ້ງຄ່າ modular JavaScript environment

JavaScript environment ແບບແຍກສ່ວນ ຊ່ວຍໃຫ້ທ່ານສາມາດຂຽນ React components ຂອງທ່ານໃນແຕ່ລະຟາຍ, ແທນທີ່ຈະຂຽນ code ທັງໝົດຂອງທ່ານໄວ້ໃນຟາຍດຽວ. ນອກຈາກນີ້ຍັງໃຫ້ທ່ານໃຊ້ package ທີ່ຄັກທັງໝົດເຜີຍແຜ່ໂດຍນັກພັດທະນາອື່ນໃນ npm registry—ລວມທັງໂຕ React ເອງ! ວິທີເຮັດວຽກຂຶ້ນກັບການຕັ້ງຄ່າທີ່ມີຢູ່ແລ້ວຂອງທ່ານ:

• ຖ້າແອັບຂອງທ່ານແມ່ນໄດ້ແຍກເປັນແຕ່ລະຟາຍຢູ່ແລ້ວ ໃຊ້import statements, ລອງໃຊ້ການຕັ້ງຄ່າທີ່ທ່ານມີຢູ່ແລ້ວ. ກວດສອບວ່າການຂຽນ
ໃນ JS code ຂອງທ່ານກໍ່ໃຫ້ເກີດບັນຫາທາງ syntax ຫຼື ບໍ່?. ຖ້າມັນເກີດບັນຫາໂດຍ syntax, ທ່ານອາດຈະຕ້ອງການ ປ່ຽນ JavaScript code ຂອງທ່ານ ດ້ວຍ Babel, ແລະ ເປີດ Babel React preset ເພື່ດໃຊ້ JSX.

• ຖ້າແອັບຂອງທ່ານບໍ່ມີການຕັ້ງຄ່າທີ່ມີຢູ່ແລ້ວສຳລັບ compile JavaScript module,, ຕັ້ງຄ່າດ້ວຍVite. Vite community ເບິ່ງແຍງ ການ integrations ກັບ backend frameworks ຢ່າງຫຼວງຫຼາຍ, ລວມໄປເຖິງ Rails, Django, ແລະ Laravel. ຖ້າວ່າ backend framework ຂອງທ່ານບໍ່ມີໃນລາຍການ, ປະຕິບັດຕາມຄູ່ມືນີ້ ເພື່ດintegrate Vite builds ກັບກັບ backend ຂອງທ່ານດ້ວຍຕົນເອງ.

ເພື່ອກວດວ່າການຕັ້ງຄ່າຂອງທ່ານເຮັດວຽກໄດ້, ແລ່ນ command ນີ້ໃນ project folder ຂອງທ່ານ:

Terminal
npm install react react-dom

ຫຼັງຈາກນັ້ນເພີ່ມ code ແຖວນີ້ໃນທາງເທິງສຸດຂອງຟາຍ JavaScript ຫຼັກຂອງທ່ານ (ມັນອາດຈະເອີ້ນວ່າ index.js ຫຼື main.js):

import { createRoot } from 'react-dom/client';

// Clear ເນື້ອຫາ HTML ທີ່ມີຢູ່ແລ້ວ
document.body.innerHTML = '

// Render React component ຂອງທ່ານແທນ
const root = createRoot(document.getElementById('app'));
root.render(
Hello, world

ຫາກເນື້ອຫາທັງໝົດຂອງ page ທ່ານຖືກແທນທີໂດຍ “Hello, world!”, ທຸກຢ່ງມັນເຮັດວຽກໄດ້! ອ່ານຕໍ່.

Note

Integrating a modular JavaScript environment ເຂົ້າໃນ project ທີ່ມີຢູ່ແລ້ວໃນຄັ້ງທຳອິດອາດເຮັດໃຫ້ຮູ້ສຶກຢ້ານ ແຕ່ກະຄຸ້ມຄ່າ! ຫາກທ່ານຕິດບັນຫາ, ລອງໃຊ້ community resources ຫຼຶ Vite Chat.

ຂັ້ນຕອນທີ 2: Render React components ໃນທຸກບ່ອນຂອງ page

ໃນຂັ້ນຕອນກ່ອນໜ້ານີ້, ທ່ານໄດ້ໃສ່ code ນີ້ຢູ່ທາງເທິງຂອງຟາຍຫຼັກຂອງທ່ານ:

import { createRoot } from 'react-dom/client';

// Clear ເນື້ອຫາ HTML ທີ່ມີຢູ່ແລ້ວ
document.body.innerHTML = '

// Render React component ຂອງທ່ານແທນ
const root = createRoot(document.getElementById('app'));
root.render(
Hello, world

ແນ່ນອນ, ທ່ານບໍ່ຈຳເປັນຕ້ອງເຄຍເນື້ອຫາໃນຟາຍ HTML ທີ່ມີຢູ່ແລ້ວ!

ລຶບ code ນີ້.

ທ່ານອາດຈະຕ້ອງການ render React component ຂອງທ່ານຢູ່ບ່ອນສະເພາະໃນ HTML ຂອງທ່ານ. ເປັນ HTML page (ຫຼື server template ທີ່ generate ມັນ) ແລະ ເພີ່ມ attribute id ສະເພາະໃຫ້ກັບ tag ໃດໆ, ຕົວຢ່າງ:

ສິ່ງນີ້ຊ່ວຍໃຫ້ທ່ານຄົ້ນຫາ HTML element ດ້ວຍ document.getElementById ແລະ ສົ່ງຕໍ່ໄປຍັງ createRoot ເພື່ອໃຫ້ທ່ານສາມາດ render React component ຂອງທ່ານເອງພາຍໃນ:

import { createRoot } from 'react-dom/client';

function NavigationBar() {
// TODO: Actually implement a navigation bar
return
Hello from React!

const domNode = document.getElementById('navigation');
const root = createRoot(domNode);
root.render(<NavigationBar />);

ສັງເກດວ່າເນື້ອຫາ original HTML content ຈາກ index.html ນັ້ນຖືກຮັກສາໄວ້ແນວໃດ, ແຕ່ຕອນນີ້ component NavigationBar ຂອງທ່ານຈະປະກົດໃນ
ຈາກ HTML ຂອງທ່ານ. ອ່ານເອກະສານການນຳໃຊ້ createRoot ເພື່ອຮຽນຮູ້ເພີມເຕີມກ່ຽວກັບການ render React component ພາຍໃນໜ້າ HTML ທີ່ມີຢູ່ແລ້ວ.

ເມື່ອທ່ານເອົາ React ມາໃຊ້ໃນ project ທີ່ມີຢູ່ແລ້ວຂອງທ່ານ. ມັນເປັນເລື່ອງປົກະຕິທີ່ຈະເລີ່ມຕົ້ນດ້ວຍ interactive components ນ້ອຍໆ (ເຊັ່ນ ປຸ່ມ), ຈາກນັ້ນຄ່ອຍໆ “ເລື່ອນຂຶ້ນໄປ” ຈົນກວ່າໝົດ page ຂອງທ່ານສ້າງດ້ວຍ React. ຖ້າຫານທ່ານເຄີຍຮອດຈຸດນັ້ນ, ພວກເຮົາຂໍແນະນຳໃຫ້ຍ້າຍໄປຍັງ React framework ທັນທີເພື່ອຮັບປະໂຫຍດສູງສຸດຈາກ React.

ການໃຊ້ React Native ໃນແອັບໂທລະສັບ native ທີ່ມີຢູ່ແລ້ວ

React Native ສາມາດ integrated ກັບແອັບ native ທີ່ມີຢູ່ແລ້ວ. ຖ້າທ່ານຕ້ອງການ native app ທີ່ມີຢູ່ແລ້ວຂອງທ່ານສຳລັບແອນດອຍ(Java ຫຼື Kotlin) ຫຼື iOS (Objective-C ຫຼື Swift), ປະຕິບັດຕາມຄູ່ມືນີ້ ເພື່ອເພີ່ມໜ້າຈໍ React Native screen ໃຫ້ມັນ.